Ad

Ad

26 June 2014

ຊີ້ແຈງການປະຕິບັດໜ້າທີ່ຂອງຕຳຫລວດຈະລາຈອນ



     ທ່ານພັນໂທ ຄຳຖະຫວາຍ ຫົວໜ້າກົມຕຳຫລວດຈະລາ ຈອນກະຊວງປ້ອງກັນຄວາມສະຫງົບ, ໄດ້ອອກມາຊີ້ແຈງກ່ຽວ ກັບການປະຕິບັດງານຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນໃນ ໄລຍະຜ່ານມາ. ພາຍຫລັງເຫັນ ວ່າໄລຍະຫລັງມານີ້, ມັກມີຮູບ ພາບ, ຄລິບວີດີໂອກ່ຽວກັບການ ປະຕິບັດງານຂອງເຈົ້າໜ້າທີ່ຕຳຫລວດຈະລາຈອນຖືກນຳໄປເຜີຍແຜ່ຢ່າງຫລວງຫລາຍ ຜ່ານ ສື່ສັງຄົມອອນລາຍເປັນຕົ້ນ: ເຟກບຸກ (Facebook) ດັ່ງກໍລະນີ ນຳໃຊ້ມາດຕະການລ໊ອກລໍ້ລົດ, ການປັບໃໝຜູ້ກະທຳຜິດ ແລະ ອື່ນໆອັນໄດ້ເຮັດໃຫ້ສັງຄົມເກີດຄວາມເຂົ້າໃຈຜິດ ແລະ ມີການວິ ຈານທີ່ບໍ່ດີຕໍ່ພາບດັ່ງກ່າວຕາມມາ.
    ທ່ານຫົວໜ້າກົມຕຳຫລວດຈະລາຈອນຊີ້ແຈງວ່າ:ໃນໄລຍະຜ່ານມາ, ການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ແມ່ນ ບໍ່ໄດ້ເລືອກປະຕິບັດເດັດຂາດຖ້າ ຫາກໃຜກະທຳຜິດກໍແມ່ນຖຶກປະຕິບັດຕາມລະບຽບກົດໝາຍກຳນົດໄວ້ ແລະ ໃນກໍລະນີ ການນຳໃຊ້ມາດຕະການລ໊ອກລໍ້ລົດທີ່ສັງຄົມມັກນຳໄປວິຈານຫລາຍໃນສື່ສັງຄົມອອນລາຍກ່າວຫາວ່າການປະຕິບັດໜ້າທີ່ ຂອງຕຳຫຼວດບໍ່ໂປ່ງໄສ ຊຶ່ງສະແດງອອກໃຫ້ເຫັນຈາກການລ໋ອກລໍ້ລົດຈອດຜິດລະບຽບຈະລາຈອນນັ້ນສ່ວນຫລາຍແມ່ນ
ລ໋ອກແຕ່ລົດປ້າຍ ເຫລືອງ (ເອກກະຊົນ) ສ່ວນລົດ ປ້າຍຟ້າ (ລົດລັດ ) ແມ່ນບໍ່ລ໊ອກດັ່ງນີ້ເປັນຕົ້ນເຊິ່ງໃນກໍລະນີທີ່ມີ ການ ລ໊ອກລໍ້ ແລະ ພາຍຫລັງ ລ໊ອກລໍ້ແລ້ວເຈົ້າໜ້າທີ່ຈະປະຕິ ບັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບການມອບ ໝາຍ, ກໍລະນີໜຶ່ງອີກແມ່ນການ ຮັບຄ່າປັບໃໝຂອງເຈົ້າໜ້າທີ່ມັກຈະດຳເນີນຢູ່ຕາມເສັ້ນທາງໂລດ ຊຶ່ງຕາມກົດລະບຽບແລ້ວ ທັງຜູ້ ຮັບ ແລະ ຜູ້ໃຫ້ກໍຜິດຍ້ອນວ່າ ຕາມລະບຽບຫລັກການນັ້ນໃນ ເວລາເສຍຄ່າປັບໄໝໃດໜຶ່ງເຈົ້າໜ້າທີ່ຈະຂຽນບິນ ຫລື ໃບສັ່ງໃຫ້ຄູ່ກໍລະນີເຮັດຜິດລະບຽບໄປຈ່າຍ ຫລືຊຳລະຢູ່ຫ້ອງການທີ່ລະບຸໄວ້ເພື່ອຫລີກເວັ້ນບັນຫາການເກັບ ເງິນທີ່ບໍ່ຖືກ ຕ້ອງຕາມມາ.
     ຢ່າງໃດກໍຕາມ, ຕໍ່ກັບການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳ ຫລວດຈະລາຈອນນັ້ນ, ປະຊາຊົນ ແລະ ທຸກຊັ້ນຄົນສາມາດ ຕິດຕາມກວດສອບໄດ້, ແຕ່ການຕິດຕາມກວດສອບນັ້ນບໍ່ແມ່ນເກັບ ກຳຂໍ້ມູນແຕ່ຝ່າຍດຽວໃຫ້ກວດສອບລາຍລະອຽດວ່າ: ບັນຫາດັ່ງກ່າວມີຈິງແທ້ ຫລື ບໍ່ເພື່ອປ້ອງກັນບໍ່ໃຫ້ສັງຄົມເຂົ້າໃຈຜິດ,ການປະຕິບັດໜ້າທີ່ແມ່ນເຮັດຕາມກົດລະບຽບ ແລະ ຂັ້ນຕອນ, ຕໍ່ກັບພະນັກງານທີ່ເຮັດບໍ່ຖືກຕ້ອງກໍມີກົດລະບຽບຂອງກຳລັງນຳໄປສູ່ການດຳເນີນຄະດີຄືກັບບຸກຄົນເຮັດຜິດ ນັ້ນໄດ້.

No comments:

Post a Comment